ງານເປີດໂຕປຶ້ມ ຂໍລິຂິດ ຊີວິດຕົນເອງ Destine the life ສີສຸກ ສຸວັນນະຜ່ອງໃສ

ວັນທີ 1 ກັນຍາ 2018 ທີ່ຜ່ານມາ
ເປັນວັນເປີດໂຕປຶ້ມຂໍລິຂິດ ຊີວິດຕົນເອງ Destine the life
ເປັນຜົນງານໃໝ່ລ້າສຸດຂອງ ພຣະ ສີສຸກ ສຸວັນນະຜ່ອງໃສ
ພາຍໃນງານມີແຂກເຂົ້າຮ່ວມ 50 ປາຍກວ່າຊີວິດ
ໃນນັ້ນມີຜູ້ໃຫຍ່ໃຈດີທີ່ໃຫ້ການສະໜັບສະໜູນຄື 
ສຳນັກພິມໃບໂພ 
ຜູ້ສະໜັບສະໜູນທຶນຫຼັກ ທ່ານ ຮສ ດຣ. ວິຣັດ ເຣືອງສີຕະກຸນ
ຮ້ານຂາຍປື້ມ ແລະເຄື່ອງຫຼິ້ນ ໂມນິວເມັນ 
ຮ້ານຂາຍປຶ້ມອອນໄລນ໌ຮັກອ່ານ
ຮ້ານຂາຍປຶ້ມອອນໄລນ໌ ອີຊີບຸກ
ແລະແຂກພິເສດທີ່ຖືກເຊີນເຂົ້າຮ່ວມໃນງານມີ
ພຣະອາຈານ ໄພວັນ ມາລາວົງ ນັກກະວີລາງວັນແມ່ນ້ຳຂອງ ແລະທັງເປັນເຈົ້າຂອງຜົນງານປຶ້ມອີກຫຼວງຫຼາຍ ທີ່ໄດ້ຈັດພິມສູ່ສາຍຕາມະຫາຊົນ.
ພຣະ ວຽງສະຫວັນ ສິງຫາວົງ ເຈົ້າຂອງຜົນງານປຶ້ມຫົວໃໝ່ລ້າສຸດ  ສ້າງຄວາມສຸກ ດ້ວຍພະລັງແຫ່ງຄວາມຄິດ.
ທ່ານອາຈານ ເສືອ ສີວິໄລສິດ ເຈົ້າຂອງຜົນງານປຶ້ມຈະຈື່ ຫຼືຈະສ້າງຕຳນານ, ສາຍຕາປົກອິນຊີ ແລະທີ່ຄາດບໍ່ເຖິງວ່າເພິ່ນຈະເຂົ້າຮ່ວມກໍຄື ພຣະອາຈາຣຍ໌ ໄຊຍະເດດ ວົງໂສພາ ທີ່ເປັນພຣະຜູ້ໃຫຍ່ທີ່ຜູ້ຂຽນເອງນັບຖື ແລະຖືວ່າເປັນບຸກຄົນຕົ້ນແບບອົງໜຶ່ງ.
          ບັນຍາກາດພາຍໃນງານມີຄວາມເປັນກັນເອງຫຼາຍ ສຳລັບປຶ້ມທີ່ວາງຈຳ      ໜ່າຍໃນງານຈະຫຼຸດລາຄາພິເສດຄື ຈາກປົກກະຕິ 38,000 ກີບ ຫຼຸດເຫຼືອ 30,000 ກີບ, ມີຜູ້ສະໜັບສະໜູນຂຶ້ນກ່າວສະແດງຄວາມຄິດເຫັນ ແລະແຂກພິເສດກໍໄດ້ປະກອບຄວາມຄິດເຫັນລົງໃນງານຄັ້ງນີ້ ຫຼັງຈາກນັ້ນເຈົ້າຂອງຜົນງານກໍໄດ້ມອບຜົນງານໃຫ້ກັບຜູ້ໃຫ້ການສະໜັບ
ສະໜູນ ແລະແຂກພິເສດທີ່ເຂົ້າຮ່ວມ ເມື່ອຈົບຂັ້ນວິທີທາງການ ກໍເຂົ້າສູ່ພິທີເປີດໂຕປຶ້ມ ເຊິ່ງມີເຂົ້າຂອງຜູ້ງານເປັນຜູ້ບັນຍາຍ ຫຼັງຈາກນັ້ນກໍມີການຮັບຄຳຖາມຈັກຜູ້ເຂົ້າຮ່ວມກ່ຽວກັບປຶ້ມ.
ກ່ອນຈະຈົບງານພິທີກອນໄດ້ເຊີນໃຫ້ທຸກຄົນທີ່ເຂົ້າຮ່ວມງານຖ່າຍ
ຮູບຮ່ວມກັນເປັນທີ່ລະນຶກ ແລະຖ່າຍຮູບກັບເຈົ້າຂອງຜົນງານພ້ອມຮັບລາຍເຊັນ...



































ความคิดเห็น

ບົດຄວາມທີ່ຜ່ານມາ

ຟ້ອນພາສາລາວ-ບາລີ-ໂຕທັມ/ Downloads Font lao-bali-tham

ປຶ້ມ ເພື່ອຄວາມຮູ້ແຈ້ງ, ພຣະ ສີສຸກ ສຸວັນນະຜ່ອງໃສ.